ຫ້ອງການສຶກສາທິການ ແລະກິລາເມືອງໄຊໂປນ

ມູນນິທິເກື້ອຝັນເດັກຮ່ວມກັບສູນເຕັກໂນໂລຊີ ແລະ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຈັດຝຶກອົບຮົມ ການນຳໃຊ້ຫຼັກສູດການສອນຄອມພິວເຕີໃຫ້ກັບ ຄູສອນ 20 ທ່ານ ທີ່ ມ.ສ ນາປອດ ເມືອງອາດສະພອນ

 



ໃນວັນທີ 21 ເມສາ 2025 ທີ່ຜ່ານມາທີ່ ໂຮງຮຽນ ມ.ສ ນາປອດ ບ້ານນາປອດ ເມືອງອາດສະພອນ ແຂວງສະຫວັນນະເຂດ ມູນນິທິເກື້ອຝັນເດັກຮ່ວມກັບ ສູນເຕັກໂນໂລຊີຂ່າວສານ ແລະ ການສື່ສານການສຶກສາ ແລະ ພະແນກສຶກສາທິການ ແລະ ກິລາແຂວງ ສະຫວັນນະເຂດ ຈັດຝຶກອົບຮົມ “ການນຳໃຊ້ຫຼັກສູດການສອນຄອມພິວເຕີ” ໂດຍການເຂົ້າຮ່ວມຂອງທ່ານ ອໍາພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ດອນ ທຳມະວົງ ຮອງຫົວໜ້າຫ້ອງການສຶກສາເມືອງ, ທ່ານ ສັນຕິສຸກ ຂຸນເພຍ ວິຊາການຂະແໜງສາມັນ, ທ່ານ ຊົມເຊີຍ ທຳມະວົງ ຜູ້ອຳນວຍການໂຮງຮຽນ ມ.ສ ນາປອດ, ທ່ານ ຈັນສະໝອນ ແກ້ວກ່ອງ ວິຊາການສູນໄອຊີທີ, ທ່ານ ພອນໄຊ ແກ້ວວົງສາ ວິຊາການສູນໄອຊີທີ, ທ່ານ ຫຼວງສະຫວັນ ລັດວິໄລວົງ ວິຊາການສູນໄອຊີທີ, ວິຊາການ-ຄູອາຈານ ແລະ ສຳມະນາກອນທີ່ເຂົ້າຮ່ວມ.
ການຈັດຝຶກອົບຮົມ “ການນຳໃຊ້ຫຼັກສູດການສອນຄອມພິວເຕີ” ແມ່ນຝຶກໃຫ້ກັບຄູສອນ 20 ທ່ານ ຈາກໂຮງຮຽນເປົ້າໝາຍ 04 ແຫ່ງ ຄື: ໂຮງຮຽນ ມ.ສ ນາປອດ, ມ.ສ ນາເລົ່າ, ມ.ສ ຫ້ວຍຍາງ ແລະ ມ.ສ ໂນນມີໄຊ ເມືອງ ອາດສະພອນ ແຂວງສະຫວັນນະເຂດ ເຊິ່ງຈັດການຝຶກລະຫວ່າງວັນທີ 21 ຫາ 25 ເມສາ 2025 ທີ່ໂຮງຮຽນ ມ.ສ ນາປອດ ໂດຍມີວິທະຍາກອນ 03 ທ່ານ ຈາກສູນເຕັກໂນໂລຊີຂ່າວສານ ແລະ ການສື່ສານການສຶກສາເປັນຄູຝຶກ ໂດຍຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອພັດທະນາບຸກຄະລາກອນຄູ-ອາຈານໃນທ້ອງຖິ່ນໃຫ້ມີຄວາມພ້ອມກັບການຮຽນການສອນວິຊາໄອຊີທີ ແລະ ເພີ່ມຂີດຄວາມສາມາດໃນການຄຸ້ມຄອງຫ້ອງຮຽນທີ່ໃຊ້ລະບົບການຮຽນ-ການສອນຜ່ານລະບົບຄອມພິວເຕີ.
ສຳລັບຫ້ອງຄອມພິວເຕີທີ່ ມ.ສ ນາປອດ ແມ່ນໜຶ່ງໃນໂຄງການຊ່ວຍເຫຼືອຂອງມູນນິທິເກື້ອຝັນເດັກ ໂດຍໂຄງການໄດ້ປັບປຸງຫ້ອງຮຽນໃຫ້ເປັນລະບົບປິດ ພ້ອມເຄື່ອງປັບອາກາດ ແລະ ມອບອຸປະກອນຄອມພິວເຕີ 19 ຊຸດ, ໂປຣເຈັກເຕີ 1 ເຄື່ອງ, ຜ້າສາຍໂປຣເຈັກເຕີ ແລະ ກະດານ.

Post a Comment

Previous Post Next Post