ພິທີເປີດບັ້ນສອບເສັງຈົບຊັ້ນປະຖົມ ປ5 ໃນທົ່ວເມືອງອາດສະພອນ ແຂວງສະຫວັນນະເຂດ ແມ່ນໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 26 ພຶດສະພາ 2025 ທີ່ຜ່ານມານີ້ ຢູ່ທີ່ສູນສອບເສັງ ໂຮງຮຽນປະຖົມສົມບູນ ນາກຸດຈານ 2 ໂດຍການເຂົ້າຮ່ວມເປັນປະທານ ແລະ ເປີດຫົວບົດສອບເສັງຂອງທ່ານ ຄອງມາ ເຮົ້າຄອງຄູນ ກຳມະການປະຈໍາພັກເມືອງ, ທ່ານ ຖາວອນ ໄຊຍະເຄື່ອງ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ, ມີເລຂາໜ່ວຍພັກ-ນາຍບ້ານໆ ທາດດອກແກ້ວ ພ້ອມດ້ວຍຄະນະກໍາມະການສອບເສັງ ຄູ-ອາຈານ ແລະນ້ອງນັກຮຽນໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ສໍາລັບການສອບເສັງຈົບຊັ້ນປະຖົມ ປ5 ທົ່ວເມືອງອາດສະພອນ ປີນີ້ ທາງຄະນະກໍາມະການສອບເສັງຂັ້ນເມືອງ ແມ່ນໄດ້ຈັດແບ່ງການສອບເສັງອອກເປັນ 9 ສູນສອບເສັງ ຄື : ສູນສອບເສັງປະຖົມນາກຸດຈານ 2, ສູນປະຖົມນາຮັງນ້ອຍ, ສູນປະຖົມສົ້ມໂຮງ, ສູນປະຖົມບ້ານບຶງ, ສູນປະຖົມນາແຄ, ສູນປະຖົມແກ້ງແມວ, ສູນປະຖົມຕົ້ນເຜິ້ງ, ສູນປະຖົມບ້ານວຽງ ແລະ ສູນປະຖົມນາທົ່ມ ທີ່ມີ 74 ໝວດໂຮງຮຽນປະຖົມສົມບູນ ໃນທົ່ວເມືອງເຂົ້າຮ່ວມ. ເຊິ່ງມີນ້ອງນັກຮຽນຊັ້ນປະຖົມ ປ5 ໃນທົ່ວເມືອງທັງໝົດ 1.026 ຄົນ, ຍິງ 500 ຄົນ, ມີໜ້າສອບເສັງຕົວຈິງ 971 ຄົນ, ຍິງ 486 ຄົນ, ມີຫ້ອງສອບເສັງທັງໝົດ 45 ຫ້ອງ, ເຊິ່ງໄດ້ສອບເສັງ ໃນ 4 ວິຊາຫຼັກ ຄື : ວິຊາພາສາລາວ (ພາກຫັດແຕ່ງ), ວິຊາພາສາລາວ (ພາກຂຽນທວາຍ), ວິຊາ ຄະນິດສາດ ແລະ ວິຊາ ວິທະຍາສາດ ແລະສິ່ງແວດລ້ອມ. ການສອບເສັງໃນຄັ້ງນີ້ ແມ່ນໃຊ້ເວລາ 2 ວັນເຕັມ ຄື: ວັນທີ 26-27 ພຶດສະພາ 2025 ນີ້ ແມ່ນສໍາເລັດຕາມຄາດໝາຍ ແລະໃນໂອກາດທີ່ມີຄວາມໝາຍສໍາຄັນດັ່ງກ່າວ ທ່ານ ຄອງມາ ເຮົ້າຄອງຄູນ ກໍາມະການປະຈໍາພັກເມືອງ ພ້ອມດ້ວຍທ່ານ ຖາວອນ ໄຊຍະເຄື່ອງ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະກິລາເມືອງອາດສະພອນ ແລະ ຄະນະ ກໍ່ໄດ້ຮ່ວມກັນເປີດຫົວບົດການສອບເສັງ ຈົບຊັ້ນປະຖົມ ປ5 ປະຈໍາສົກຮຽນ 2024-2025 ໃນຄັ້ງນີ້ຢ່າງເປັນທາງການ.
